ວິທະຍາໄລ ສຸດສະກະ ເປັນເຈົ້າພາບ ງານແຂ່ງຂັນຫຸ່ນຍົນ ປະຈຳປີ 2010

I. ຄວາມ​ເປັນ​ມາຂອງການ​ແຂ່ງຂັນ

   ​ການ​ແຂ່ງຂັນ​ຫຸ່ນ​ຍົນ​ຂອງ​ນັກ​ສຶກສາ​ລາວໄດ້​ຈັດ​ຂຶ້ນ​ເປັນຄັ້ງທໍາ​ອິດ ​ໃນ​ປີ 2002 ທີ່​ຄະນະ​ວະສະ​ວະ​ກໍາ​ສາດ, ມະຫາວິທະຍາ​ໄລ​ແຫ່ງ​ຊາດ ​ໂດຍ​ການສະໜັບສະໜູນຈາກ​ສະຖານທູດ​ຢີປຸ່ນປະ​ຈໍາ​ລາວ ​ແລະ ​​ໄດ້​ດໍາ​ເນີນການ​ແຂ່ງຂັນ​​ເລື້ອຍ​ມາ​ທຸກໆ​ປີ ​ເຊິ່ງ​ການ​ແຂ່ງຂັນ​ແຕ່ລະ​ປີ​ ລ້ວນ​ແລ້ວ​ແຕ່​​ແມ່ນນັກ​ສຶກສາ​ໃນ​ຄະນະ​ຕ່າງໆ ຂອງ​ມະຫາວິທະຍາ​ໄລ​ແຊ່ງ​ຊາດ ​ແລະ ​ວິທະຍາ​ໄລ ຂອງລັດທີ່​ເຂົ້າຮ່ວມ​ເປັນ​ສ່ວນ​ໃ​ຫຍ່. ວິທະຍາ​ໄລ ສຸດ​ສະກະ ​ເພື່ອ​ການ​ບໍລິຫານ ​ແລະ ​ເທັກ​ໂນ​ໂລ​ຢີ ​ ເປັນ​ວິທະຍາ​ໄລທໍາ​ອິດ ເຊິ່ງຕ່າງໜ້າ​ໃຫ້​ແກ່​ການ​ສຶກສາ​ພາກ​ເອກະ​ຊົນ ​​​ທີ່​ໄດ້​ເຂົ້າຮ່ວມ​ການ​ແຂ່ງຂັນ​ຫຸ່ນ​ຍົນ​ດັ່ງກ່າວ​ນັບ​ແຕ່​ປີ 2005 ​ເປັນຕົ້ນມາ ຈົນ​ເຖິງ​ປັດຈຸບັນ. ​ຈາກ​ການ​ເຂົ້າຮ່ວມ​ກິດຈະ​ກໍາ​ດັ່ງກ່າວ ​ເຫັນ​ໄດ້​ວ່າ​ໄດ້​ຮັບ​ການ​ຕອບ​ຮັບ​ຈາກ​ບັນດາ​ນັກ​ສຶກຂອງ​ວິທະຍາ​ໄລ​ເປັນ​ຈໍານວນຫລາຍ ​ໂດຍ​ສະ​ເພາະ​ນັກ​ສຶກສາ​ຄະນະ​ວິທະຍາສາດ​ຄອມ​ພິວ​ເຕີ ​ແລະ ​ໃນ​ການ​ແຂ່ງຂັນ​ປີ 2008 ​ເປັນຄັ້ງທໍາ​ອິດ​ທີ່​ນັກ​ສຶກສາ​ວິ​ທະ​ຍາ​ໄລ ສຸ​ດສະກະ ​ເພື່ອ​ການ​ບໍລິຫານ ​ແລະ ​ເທັກ​ໂນ​ໂລ​ຢີ​ໄດ້​ຮັບ​ລາງວັນ​ຊະນະ​ເລີດ​ໃນ​ການ​ແຂ່ງຂັນ​ຫຸ່ນ​ຍົນ ປີ 2008 ຍິ່ງ​​ເພີ່ມ​ຄວາມ​ກະຕືລືລົ້ນ​ໃນ​ນັກ​ສຶກສາ​ສົນ​ໃຈ​ຕໍ່ກິດຈະ​ກໍາ​ນີ້​ຂຶ້ນ​ຫລາຍ​ຕື່ມ.
   ດັ່ງ​ນັ້ນ, ​ເພື່ອ​ເປັນ​ການ​ສົ່ງ​ເສີມ​ທັກ​ສະ​ຂອງ​ນັກ​ສຶກສາ​ທັງ​ພາຍ​ໃນ ​ແລະ ນອກ​ສະ​ຖາ​ບັນ ພ້ອມ​ທັງ​ເປັນ​ການ​ເສີມ​ສ້າງ ​ຄວາມ​ສາມັກ​ຄີ​ ລະຫວ່າງບັນດາ​ປະ​ເທດ​ໃນ​ຂົງ​ເຂດ​ລຸ່ມ​ແມ່​ນໍ້າຂອງ​ ໃຫ້​ມີ​ໂອກາດ​ໄດ້​ພັດທະນາ​ທັກ​ສະ​ຄວາມ​ຄິດ ສ້າງສັນ​ທາງ​ເທັກ​ໂນ​ໂລ​ຢີ, ດ້ວ​ຍເຫດ​ນີ້ Mekong Region Robot Competition 2010 ຈິ່ງ​ເກີດ​ຂຶ້ນ.
   ການ​ແຂ່ງຂັນ​ຫຸ່ນ​ຍົນ​ບັນດາ​ປະທດລຸ່ມ​ແມ່​ນໍ້າຂອງ ​ປະ​ຈໍາປີ 2010 ຈະ​ໄດ້​ຈັດ​ຂຶ້ນ ​ໃນ​ວັນ​ທີ 23 ທັນວາ ປີ 2010, ທີ່​ນະຄອນຫລວງ​ວຽງຈັນ ​ໂດຍ​ການ​ເປັນ​ເຈົ້າພາບ​ຂອງ​ ວິທະຍາ​ໄລ ສຸດ​ສະກະ ​ເພື່ອ​ການ​ບໍລິຫານ ​ແລະ ​ເທັກ​ໂນ​ໂລ​ຢີ.

II. ຈຸດ​ປະສົງ
   ຈຸດປະສົງ​ໃນ​ການ​ຈັດການ​ແຂ່ງຂັນ​ຫຸ່ນ​ຍົນບັນດາ​ປະ​ເທດ​ລຸ່ມ​ແມ່​ນໍ້າຂອງ ປີ 2010 ​ຄັ້ງນີ້​ກໍ​ເພື່ອ:

  • ສົ່ງເສີມ​ໃຫ້​ເກີດ​ການ​ອອກ​ແບບ​ວິ​ໃຈ ​ແລະ ພັດທະນາ​ດ້ານ Robotics ​ໃນ​ສະ​ຖາ​ບັນ​ການ​ສຶກສາລະ​ດັບ​ວິຊາ​ຊີບ ​ແລະ ​ການ​ສຶກສາ​ຊັ້ນສູງ;
  • ສົ່ງ​ເສີມ​ຄວາມ​ຮູ້​ຄວາມສາມາດ ​ແລະ ກະຕືລືລົ້ນຂອງ​ ບັນດານັກ​ສຶກສາ​ໃນ​ສາຍ​ຊັ້ນສູງ ​ແລະ ວິຊາ​ຊີບ​ໃນ​ການ​ສ້າງ​ຫຸ່ນ​ຍົນ​ທີ່​ເຮັດ​ດ້ວຍ​ທັກ​ສະ, ຄວາມ​ສາມາດ, ​ແລະ ຄວາມ​ພະຍາຍາມ​ຂອງ​ຕົນ​ເອງ;
  • ​ສົ່ງ​ເສີມ, ພັດທະນາ ​ແລະ ດຶງ​ເອົາ​​ຄວາມ​ອາດ​ສາມາດທີ່​ບົ່ມ​ຊ້ອນ ພ້ອມແນວ​ຄິດ​ສ້າງສັນຂອງ​ນັກ​ສຶກ ສາລາ​ວ​ໃຫ້​ທົ່ວ​ສັງຄົມ​ໄດ້​ຮັບ​ຮູ້;
  • ​ສະໜັບສະໜູນ​ໃຫ້​ນັກ​ສຶກສາລາ​ວ​ໄດ້​ປະສົບ​ການ​ໃນ​ການ​ຮ່ວມ​ມື​ກັນເຮັດ​ວຽກ​ເປັນ​ທີ​ມ ​ແລະ ​ເປີດ​ໂອກາດ​ໃຫ້​ນັກ​ສຶກສາ​ແຕ່​ລະສະ​ຖາ​ບັນ​ການ​ສຶກສາ​ໄດ້​ມີ​ໂອກາດ​ນໍາ​ໃຊ້​ປະສົບ​ການຈາກ​ພາກ​ທິດ​ສະ​ດີ​ສູ່​ພາກ​ປະຕິບັດ​ຕົວ​ຈິງ; ພ້ອມ​ທັງເປັນ​ການ​ເປີດ​ໂອກາດ​ໃຫ້​ນັກ​ສຶກສາ​ແຕ່​ລະສະ​ຖານ​ການ​ສຶກສາ​ໄດ​ມີ​ໂດ​ກາດ​ສະ​ແດງ​ຄວາມ​ຮູ້​ຄວາມ​ສາດ​ມາດ​ຂອງ​ຕົນ​ທີ່​ໄດ້​ສະ​ສົມ​ມາ​ອອກ​ເປັນ​ຮູບ​ປະ​ທໍາ.
  • ໃຫ້​ນັກ​ສຶກສາ​ໄດ້​​ໃຊ້​ຄວາມ​ຮູ້​ຄວາມ​ສາມາດ​​ໃນ​ການ​ສ້າງ​ຫຸ່ນ​ຍົນ​ໂດຍ​ມີ​ການ​ປະສົມ​ປະສານ 3 ທັກ​ສະ ຫລັກຄື: ທັກ​ສະ​ດ້ານ​ໂຄງ​ສ້າງ​ຫົນ​ຍົນ, ທັກ​ສະ​ດ້ານ​ວົງ​ຈອນ​ໄຟ້າ ​ແລະ ທັກ​ສະ​ດ້ານ​ການ​ຂຽນ​ໂປຣ​ແກຣມ ​ໂດຍ​ສະ​ເພາະ​ນັກ​ສຶກສາ​ຈະ​ໄດ້​ປະສົບ​ການ​ຈາກ​ການ​ນໍາ​ໃຊ້ Micro-controller;
  • ​​ເປັນ​ການ​ແລກປ່ຽນຄວາມ​ຮູ້​ດ້ານ​​ເທັກ​ນິກ ​ແລະ ​ເສີມ​ສ້າງ​ຄວາມ​ສາມັກຄີ ຂອງ​ນັກ​ສຶກສາສາຍຊັ້ນ​ສູງ ​ແລະ​ ວິຊາ​ຊີບ​ທາງ​ພາຍ​ໃນ​ ແລະ ​ຕ່າງປະ​ເທດ ​ໂດຍ​ສະ​ເພາະ​ບັນດາ​ປະ​ເທດ​ທີ່​ມີ​ສາຍ​ແດນ​ຕິດ​ກັບປະ​ເທດ​ລາວ;

III. ທີ​ມນັກ​ສຶກສາ​ທີ່​ຈະ​ເຂົ້າຮ່ວມ​ການ​ແຂ່ງຂັນ​ຫຸ່ນ​ຍົນຄັ້ງນີ້ ມີ:

    • ທີ​ມນັກ​ສຶກສາ​ຈາກ ວິທະຍາ​ໄລ ສຸດ​ສະກະ ​ເພື່ອ​ການ​ບໍລິຫານ ​ແລະ ​ເທັກ​ໂນ​ໂລ​ຢີ.
    • ທີ​ມນັກ​ສຶກສາ​ຈາກ ຄະນະ ວິສະວະກຳ​ເອ​ເລັກ​ໂຕຣນິກ ​ແລະ ​ໂທລະ​ຄົມມະນາຄົມ.
    • ທີ​ມນັກ​ສຶກສາ​ຈາກ ຄະນະວິສະ​ວະ​ກຳ​ຄອມ​ພິວ​ເຕີ ​ແລະ ​ເຕັກ​​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ; ມະຫາວິທະຍາ​ໄລ ​ແຫ່ງ​ຊາດລາວ.
    • ທີ​ມນັກ​ສຶກສາ​ຈາກ ຄະນະວິທະຍາສາດ​ຄອມ​ພີ​ວ​ເຕີ; ມະຫາວິທະຍາ​ໄລ ​ແຫ່ງ​ຊາດລາວ.
    • ທີ​ມນັກ​ສຶກສາ​ຈາກ ຄະນະວິສະວະກຳ​ກົນ​ຈັກ; ມະຫາວິທະຍາ​ໄລ ​ແຫ່ງ​ຊາດລາວ.
    • ທີ​ມນັກ​ສຶກສາ​ຈາກ ສູນ​ຝຶກ​ອົບຮົມ​ເຕັກນິກ ລາວ-​ເຢຍລະ​ມັນ; ມະຫາວິທະຍາ​ໄລ ​ແຫ່ງ​ຊາດລາວ.
    • ທີ​ມນັກ​ສຶກສາ​ຈາກ ສູນ​ຮ່ວມ​ມື ລາວ-​ຢີປຸ່ນ; ມະຫາວິທະຍາ​ໄລ ​ແຫ່ງ​ຊາດລາວ.
    • ທີ​ມນັກ​ສຶກສາ​ຈາກ ໂຮງຮຽນ​ເຕັກ​ນິກວິຊາ​ຊີ​ບ ​ແຂວງ ຫຼວງ​ພະ​ບາງ.
    • ທີ​ມນັກ​ສຶກສາ​ຈາກ ໂຮງຮຽນເຕັກ​ນິກວິຊາ​ຊີ​ບ ປາກ​ເຊ.
    • ທີ​ມນັກ​ສຶກສາ​ຈາກ ໂຮງຮຽນເຕັກ​ນິກວິຊາ​ຊີ​ບ ມິດຕະພາບ ວຽງ​ຈັນ-ຮ່າ​ໂນ​ຍ.
    • ທີ​ມນັກ​ສຶກສາ​ຈາກ ປະ​ເທ​​ດ​ໄທ.

ດາວໂຫຼດກະຕິການແຂ່ງຂັນ ຕາມລິ້ງ:

ກະຕິກາ: ພາສາລາວ , ໂລໂກງານແຂ່ງຂັນ

ຮູບພາບການແຂ່ງຂັນຄັ້ງທີ່ຜ່ານມາ: Robot Club ປີ 2006, 2007, 2008, 2009

Home