Update: 01-02-2011
ເປີດຮັບນັກສຶກສາໃໝ່ ແຕ່ມື້ນີ້ - ວັນທີ 25/02/2011
ເຂົ້າຮຽນວັນທີ: 01/03/2011
ປະກາດຮັບສະໝັກນັກສຶກສາໃໝ່ໃນສາຂາ:
1. ຫຼັກສູດ ປະລິນຍາຕີ ສາຂາການບໍລິຫານທຸລະກິດ (Bachelor of Business Administration Program)
2. ຫຼັກສູດ ຊັ້ນສູງ ສາຂານິເທດສາດ (Higher Diploma in Communication Art)
3. ຫຼັກສູດ ປະລິນຍາຕີ ສາຂາວິທະຍາສາດຄອມພິວເຕີ້ (Bachelor of Computer Science)
4.
ຫຼັກສູດ ຊັ້ນສູງ ສາຂາວິທະຍາສາດຄອມພິວເຕີ້ (Higher Diploma in Computer Science)
5. ຫຼັກສູດ ຊັ້ນສູງ ສາຂາການເງິນ (Higher Diploma in Finance)
6. ພາສາອັງກິດທົ່ວໄປ (General English Programs)
ນັກສຶກສາທີ່ສົນໃຈ ສາມາດຕິດຕໍ່ສອບຖາມລາຍລະອຽດໄດ້ທີ່:
ໂທ: (856-21) 900337-8
Email: info@scmt.edu.la
ອະທິບາຍຫຼັກສູດໂດຍຫຍໍ້
1. ຫຼັກສູດຊັ້ນປະລິນຍາຕີ ສາຂາ ການບໍລິຫານທຸລະກິດ (5 ປີ)
ນັກສຶກສາຈະມີຄວາມເຂົ້າໃຈເປັນຢ່າງດີ ຕໍ່ຮູບແບບການເຄື່ອນໄຫວຂອງທຸລະກິດ ແລະ ລະບົບເສດຖະກິດ. ວິຊາຕ່າງໆທີ່ມີໃນຫຼັກສູດຈະຝຶກໃຫ້ນັກສຶກສາມີ ທັກສະດ້ານການວິເຄາະຢ່າງເປັນລະບົບ, ຄວາມຮູ້ ແລະ ທັກສະຕ່າງໆທີ່ຈຳເປັນຕໍ່ການ ຄຸ້ມຄອງບໍລິສັດ, ຄຸ້ມຄອງໜ່ວຍງານຕ່າງໆຂອງອົງການລັດ ແລະ ສາກົນ.
ຮຽນຈົບແລ້ວເຮັດຫຍັງໄດ້?
ນັກສຶກສາຈະສາມາດສ້າງຕັ້ງ ແລະ ຄຸ້ມຄອງທຸລະກິດຂອງຕົນໄດ້ ແລະ ສາມາດເຮັດວຽກກັບທຸກໆອົງການ ບໍ່ວ່າຈະເປັນອົງການ ລັດ, ເອກະຊົນ ແລະ ສາກົນໄດ້ ໃນຕຳແໜ່ງທີ່ກ່ຽວກັບ ການຕະຫຼາດ, ການເງິນ, ການຜະລິດ, ການບັນຊີ, ຊັບພະຍາກອນມະນຸດ, ເສດຖະສາດ, ຄຸ້ມຄອງໂຄງການ, etc.
2. ຫຼັກສູດຊັ້ນປະລິນຍາຕີ ສາຂາ ວິທະຍາສາດຄອມພິວເຕີ້ (5 ປີ)
ນັກສຶກສາຈະຮຽນຮູ້ ການສ້າງໂປຣແກຣມຖານຂໍ້ມູນຄອມພິວເຕີ້, ການຕັ້ງແລະຄຸ້ມຄອງເຄືອຂ່າຍຄອມພິວເຕີ້, ການສ້າງ website ແລະ ການອອກແບບຮູບກຣາບຟິກ ໂດຍໃຊ້ເຄື່ອງມືຕ່າງໆຂອງຄ້າຍ Windows ແລະ ຄ້າຍ Open Source. ຫຼັກສູດນີ້ປະກອບມີທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ.
ສຳລັບຫຼັກສູດຊັ້ນສູງ ສາຂາ ວິທະຍາສາດຄອມພິວເຕີ້ແມ່ນ 3 ປີ
ຮຽນຈົບແລ້ວເຮັດຫຍັງໄດ້?
ສາມາດເຮັດວຽກໃນບໍລິສັດຄອມພິວເຕີ້ ຫຼື IT ປະເພດຕ່າງໆ, ບໍລິສັດຜູ້ສະໜອງອິນເຕີເນັດ, ບໍລິສັດໂທລະຄົມ, ໜ່ວຍງານ IT ຂອງບໍລິສັດເອກະຊົນ, ອົງການລັດ ແລະ ສາກົນທຸກປະເພດ.
3. ຫຼັກສູດຊັ້ນສູງ ສາຂາ ນິເທດສາດ (3 ປີ)
ນັກສຶກສາຈະໄດ້ຮຽນການໂຄສະນາປະຊາສຳພັນ, ຈັດລາຍການວິທະຍຸແລະໂທລະພາບ, ຄຸ້ມຄອງການສ້າງລາຍການ, ການຂຽນຂ່າວ, ການສ້າງສະປອດໂຄສະນາ, ສາລະຄະດີ, ວິດີໂອເພງ, ການຈັດງານປະເພດຕ່າງໆ, ສື່ສິ່ງພິມ, ອິນເຕີແອັກທິບ CD ROM, ກະຕຸນ, ຮູບກຣາບຟິກແລະເວບໄຊ, ສື່ປະເພດຕ່າງໆ ແລະ ຫຼັກການການສ້າງໜັງ.
ນັກສຶກສາສາມາດສືບຕໍ່ຮຽນໃນຊັ້ນປະລິນຍາຕີໄດ້ໃນອະນາຄົດ ພາຍຫຼັງຈົບຊັ້ນສູງແລ້ວ.
ຮຽນຈົບແລ້ວເຮັດຫຍັງໄດ້?
ສາມາດເຮັດວຽກກັບ ໜ່ວຍງານການຕະຫຼາດຂອງບໍລິສັດທຸກປະເພດ, ສ້າງບໍລິສັດສື່ໂຄສະນາຂອງຕົນໄດ້, ສະຖານີໂທລະພາບແລະວິທະຍຸ, ໜັງສືພິມ, ຄ້າຍເພງຕ່າງໆ, ບໍລິສັດຜະລິດສື່ໂຄສະນາ, ບໍລິສັດອອກແບບເວບໄຊເປັນຕົ້ນ.
4. ຫຼັກສູດຊັ້ນສູງ ສາຂາ ການເງິນ (3 ປີ)
ນັກສຶກສາຈະຮຽນຮູ້ກ່ຽວກັບຂະແໜງ ການເງິນ, ການທະນາຄານ ປະກອບກັບພື້ນຖານດ້ານການບັນຊີ ໃນລະດັບສູງ. ນອກນັ້ນ ນັກສຶກສາຍັງຈະໄດ້ລົງເລິກກ່ຽວກັບ ການທະນາຄານ, ຕະຫຼາດຫຼັກຊັບ, ຜະລິດຕະພັນທາງດ້ານການເງິນປະເພດຕ່າງໆ, ກາສານອານຸພັນ, ເທັກນິກການວິເຄາະທາງດ້ານການເງິນເປັນຕົ້ນ. ຫຼັກສູດນີ້ປະກອບມີທັງ ພາກທິດສະດີ ແລະ ການປະຕິບັດຕົວຈິງ ຊຶ່ງຈະໄດ້ນຳໃຊ້ໂປຣແກຣມຄອມພິວເຕີ້ຕ່າງໆທີ່ກ່ຽວຂ້ອງກັບການເງິນການທະນາຄານ.
ນັກສຶກສາສາມາດສືບຕໍ່ຮຽນໃນຊັ້ນປະລິນຍາຕີໄດ້ໃນອະນາຄົດ ພາຍຫຼັງຈົບຊັ້ນສູງແລ້ວ.
ຮຽນຈົບແລ້ວເຮັດຫຍັງໄດ້?
ນັກສຶກສາທີ່ຮຽນຈົບ ຈະສາມາດເຮັດວຽກກັບອົງການດັ່ງຕໍ່ໄປນີ້ໄດ້:
- ທະນາຄານທຸລະກິດ,
- ສະຖາບັນການເງິນປະເພດຕ່າງໆ,
- ບໍລິສັດຫຼັກຊັບປະເພດຕ່າງໆ (ຊຶ່ງຈະເກີດຂຶ້ນພາຍຫຼັງທີ່ລັດທະບານໄດ້ສ້າງຕັ້ງຕະຫຼາດຫຼັກຊັບລາວ ໃນປີ 2010),
- ບໍລິສັດປະກັນໄພ,
- ບໍລິສັດກວດສອບບັນຊີ
- ທະນາຄານກາງ,
- ພະແນກການເງິນຂອງບໍລິສັດ ແລະ ອົງການຕ່າງໆທຸກປະເພດ.
> ເບິ່ງລາຍລະອຽດກ່ຽວກັບວິຊາຮຽນ |
Scholarship for Doctoral Program in Business (DPB) is now opened under the Greater Mekong Subregion (GMS) Cooperation Program, Building Human Resource Capacity for Enhancing Competitiveness of the Region. It is a fulltime PhD program conducted fully in English and awarded by the Faculty of Commerce and Accountancy, Thammasat University, Thailand, where students are extensively trained to develop their full research potential and competency necessary to succeed in academia and consultancy-related careers. The emphasis of the PhD research to be conducted under this scholarship scheme will be in GMS related business issues. 2 scholarships on an annual basis are provided to outstanding candidates.
Background: Leaders of the six GMS1 countries have met in Vientiane, Lao PDR between March 30-31, 2008 to discuss the progress and chart future directions in GMS cooperation. The theme of the triennial meeting, the third among GMS Leaders, was "Enhancing Competitiveness Through Greater Connectivity" and aimed to sustain and deepen economic cooperation and integration efforts among the GMS countries in order to better meet development challenges and realize the common vision of an integrated, harmonious and prosperous subregion.
Thailand as a member of the GMS was requested by the Asian Development Bank to open the discussion on "Building Human Resource Capacity for Enhanced Competitiveness" during the triennial meeting held in Vientiane.
In response to this request, the Faculty of Commerce and Accountancy at the Thammasat University would like to support the leading role of Thailand in building human resource capacity in the GMS by offering scholarships for PhD studies in business at the Faculty.
The Faculty will provide 2 full time scholarships on an annual basis to the most outstanding candidate from the GMS countries. The emphasis of the PhD research to be conducted under this scholarship scheme will be in GMS related business issues.
Candidate Requirements :
1. Must be a citizen of GMS countries, i.e. Cambodia, China (Yunnan and Guanxi province), Laos, Myanmar, Thailand and Vietnam.
2. Hold at least a Master degree recognized by the Thai Office of Civil Service Commission.
3. TOFEL score of no less than 600 for paper-based exam and 250 for computer-base method or IELTS 6.5 or TU-GET score of no less then 600. The submitted English score should not be valid for more than 2 years after the test was taken.
4. GMAT score of no less than 550 or a minimum GRE score of 1100. The score can not be valid for more than 5 years after the test was taken.
You are invited to the Information Session which will be held at the Soutsaka College of Management and Technology (SCMT) on December 20, 2008 at 4.00 pm. The candidates interested in attending this information session shall contact SCMT to reserve a seat.
Address: Soutsaka College of Management and Technology
Tel: 900337-8
E-mail: info@scmt.edu.la
For more information, please visit DPB Thammasat Business School
|