
ຄະນະນິເທດສາດ ແລະ ພາສາສາດ
ຫຼັກສູດຊັ້ນສູງສາຂານິເທດສາດ
ຫຼັກສູດຊັ້ນສູງສາຂານິເທດສາດໄດ້ຮັບການອອກແບບມາເພື່ອຝຶກນັກສຶກສາໃຫ້ມີຄວາມຮູ້ ແລະ ຄວາມສາມາດໃນດ້ານນິເທດສາດ. ນັກສຶກສາຈະໄດ້ຮຽນ ວິຊາຕ່າງໆທີ່ກ່ຽວຂ້ອງ ເຊັ່ນ: ຫຼັກການດ້ານການຂຽນບົດປະກອບລາຍການ, ການຖ່າຍທຳສາລະຄະດີ, ການຖ່າຍພາບນິ້ງ ແລະ ວິດີໂອ, ອອກແບບສາກ, ຕັດຕໍ່ວິດີໂອ, ອອກແບບສື່ໂຄສະນາ, ການປະຍຸກສຽງ ແລະ ດົນຕີເຂົ້າໃສ່ລາຍການເປັນຕົ້ນ. ຫຼັກສູດນີ້ ພັດທະນາຂຶ້ນໂດຍອີງໃສ່ຄວາມຕ້ອງການ ແລະ ສະພາບການພັດທະນາຕົວຈິ່ງຂອງລາວ. ນອກນັ້ນ ມີບາງສ່ວນແມ່ນໄດ້ອີງໃສ່ຫຼັກສູດນິເທດສາດຂອງມະຫາວິທະຍາໄລທີ່ມີຊື່ສຽງຂອງສາກົນ ຊຶ່ງເຮັດໃຫ້ ຫຼັກສູດດັ່ງກ່າວ ມີລັກສະນະສາກົນ ແລະ ທັນກັບສະພາບການປ່ຽນແປ່ງຂອງເທັກໂນໂລຢີໃໝ່ທີ່ກ່ຽວຂ້ອງກັບຂະແໜງນິເທດສາດ.
ສິ່ງທີ່ສຳຄັນອີກຢ່າງໜຶ່ງຂອງຫຼັກສູດຊັ້ນສູງສາຂານິເທດສາດນີ້ ແມ່ນນັກສຶກສາຈະໄດ້ຮຽນກັບບັນດາອາຈານທີ່ມີຄວາມຮູ້ຄວາມສາມາດສູງ ແລະ ມີປະສົບ ການເຮັດວຽກຕົວຈິ່ງໃນຂະແໜງການດັ່ງກ່າວມາຫຼາຍປີ. ສິ່ງເລົ່ານີ້ ເຮັດໃຫ້ນັກສຶກສາ ສາມາດຮຽນຮູ້ບົດຮຽນຕົວຈິງທີ່ບັນດາອາຈານນຳມາແນະນຳໃນ ຫ້ອງຮຽນ.
| ໄລຍະເວລາການຮຽນ: |
3 ປີ ຫຼື 6 ເທີມ |
| ເງື່ອນໄຂເຂົ້າຮຽນ: |
ຜູ້ສະໝັກຕ້ອງຈົບການສຶກສາຊັ້ນມັດທະຍົມຕອນປ່າຍ ຫຼື ທຽບເທົ່າ. |
ກຸມປະເພດວິຊາຮຽນ:
ວິຊາຄວາມຮຼ້ພື້ນຖານ |
ວິຊາຄວາມຮູ້ພື້ນຖານທີ່ນັກສຶກສາຈະໄດ້ຮຽນມີເປົ້າໝາຍເພື່ອຝຶກໃຫ້ນັກສຶກສາມີຄວາມຮູ້ພື້ນຖານດ້ານພາສາແລະວັດທະນະທຳລາວ, ກົດໝາຍພື້ນຖານ, ລະບົບການເມືອງລາວ, ຈິດຕະວິທະຍາ, ສະພາບແວດລ້ອມ, ສັງຄົມວິທະຍາ, ປັດຊະຍາ, ຄອມພິວເຕີ້ ແລະ ພື້ນຖານກ່ຽວກັບເລກ ແລະ ເສດຖະສາດ. |
ວິຊາຫຼັກຂອງສະຖາບັນ |
ວິຊາຫຼັກຂອງວິທະຍາໄລແມ່ນວິຊາບັງຄັບຂອງຫຼັກສູດດັ່ງກ່າວ ເຊິ່ງມີເປົ້າໝາຍເພື່ອຝຶກໃຫ້ນັກສຶກສາມີທັກສະທີ່ຈໍາເປັນໃນການປະຕິປັດວຽກງານໃນສະພາບ ແວດລ້ອມທີ່ມີການປ່ຽນແປງຢູ່ຕະຫຼອດເວລາ. ນັກສຶກສາຈະໄດ້ຮັບການຝຶກ ແລະ ສາມາດພັດທະນາຕົ້ນເອງກ່ຽວກັບທັກສະທາງດ້ານການວິເຄາະປັນຫາ, ສາມາດແກ້ໄຂປັນຫາດ້ວຍວິທີທີ່ສ້າງສັນ, ສາມາດສື່ສານກັບບຸກຄົນອື່ນໄດ້ຢ່າງມີປະສິດທິ ພາບ ແລະ ສາມາດນຳພາສະມາຊິກຂອງກຸ່ມ ຫຼື ໜ່ວຍງານປະ ຕິບັດໜ້າທີ່ໄດ້ຢ່າງປະສົບຜົນສຳເລັດ. |
ວິຊາຫຼັກກ່ຽວກັບຂະແໜງນິເທດສາດ |
ວິຊາຫຼັກທີ່ກ່ຽວຂ້ອງກັບຂະແໜງນິເທດສາດຈະຊ່ວຍໃຫ້ນັກສຶກສາມີຄວາມເຂົ້າໃຈກ່ຽວກັບທິດສະດີ, ແນວຄວາມຄິດ ແລະ ເຄື່ອງມືຕ່າງໆກ່ຽວກັບກ້ອງຖ່າຍ ຮູບ, ການແຕ້ມຮູບ, ໂປຣກຣາມຄອມພິວເຕີ້, ການຂຽນບົດລາຍການ ແລະ ການປະສານແສງສີສຽງ. |
ການຝຶກງານຕົວຈິງ ແລະ ຂຽນບົດຄົ້ນຄ້ວາຈົບຊັ້ນ |
ສິ່ງທີ່ສຳຄັນອີກຢ່າງໜຶ່ງຂອງຫຼັກສູດນີ້ແມ່ນນັກສຶກສາຈະຕ້ອງໄດ້ລົງຝຶກງານຕົວຈິງກັບບໍລິສັດ ຫຼື ອົງການຕ່າງໆ ໃນຕອນທ້າຍຂອງການຮຽນ ເພື່ອໃຫ້ນັກ ສຶກສາໄດ້ມີປະສົບການການເຮັດວຽກຕົວຈິງໃນຂະແໜງການທີ່ຕົນໄດ້ຮໍ່າຮຽນ ແລະ ທັງສາມາດຮຽນຮູ້ເຖິງວັດທະນະທຳ ແລະ ວິທີປະຕິບັດໃນທຸລະກິດ ຕົວຈິງ. ໄລຍະເວລາການຝຶກອົບຮົມຕໍາສຸດແມ່ນ 2 ເດືອນ. ໃນລະຫວ່າງ ແລະ ພາຍຫຼັງຈາກການລົງຝຶກງານ, ນັກສຶກສາຈະຕ້ອງໄດ້ຂຽນບົດຄົ້ນຄ້ວາຈົບ ຫຼັກສູດຂອງຕົນ ເຊິ່ງມີຫົວຂໍ້ກ່ຽວຂ້ອງກັບຂະແໜງການຮຽນຂອງຕົນ. |
Home
|