ສະມາຄົມ​ນັກ​ສຶກສາ (SSA)  

ສະມາຄົມນັກສຶກສາ ໄດ້ຮັບ​ການສ້າງຕັ້ງຂຶ້ນທີ່ ວິທະຍາໄລ ສຸດສະກະ ເພື່ອການບໍລິຫານ ແລະ ເທັກໂນ ໂລຢີໂດຍມີຊື່ ເປັນທາງການວ່າ:  "ສະມາຄົມ ນັກສຶກສາ ວິທະຍາໄລ ສຸດສະກະ ເພື່ອການບໍລິຫານ ແລະ ເທັກໂນໂລຢີ " ຫຼື ມີຊື່ເປັນພາສາອັງກິດວ່າ: "The SIMT Student Association". ສະມາຄົມ ດັ່ງກ່າວ ມີທີ່ຕັ້ງສຳນັກງານທີ່ ວິທະຍາໄລ ສຸດສະກະ ເພື່ອການບໍລິຫານ ແລະ ເທັກໂນໂລຢີ.

ຈຸດປະສົງ ແລະ ເປົ້າໝາຍ

ຈຸດປະສົງຫຼັກ ຂອງສະມາຄົມນັກສຶກສາ ວິທະຍາໄລ ສຸດສະກະ ເພື່ອການບໍລິຫານ ແລະ ເທັກໂນໂລຢີ ແມ່ນ:

  • ເພື່ອເຕົ້າໂຮມ ແລະ ເຜີຍແຜ່ແນວທາງ ນະໂຍບາຍຂອງ ພັກ - ລັດ ໃຫ້ນັກສຶກສາ ເຂົ້າໃຈໄດ້ ຢ່າງລະອຽດທົ່ວເຖິ່ງ. ໃນສະມາຄົມຈະມີອົງການ ຈັດຕັ້ງມະຫາຊົນເປັນແກນນຳ  ໂດຍສະເພາະ ແມ່ນອົງການຈັດຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ.
  • ເສີມສ້າງຄວາມສາມັກຄີ ແລະ ສາຍພົວພັນອັນດີງາມລະຫ່ວາງ ສະມາຊີກດ້ວຍກັນເອງກໍຄື ລະຫວ່າງນັກສຶກສາກັບສັງຄົມທີ່ຢູ່ອ້ອມຂ້າງ, ເສີມສ້າງ ຄວາມເຂົ້າໃຈ ລະຫວ່າງສະມາຊີກທີ່ ມີຄວາມ ແຕກຕ່າງທາງດ້ານຮີດຄອງປະເພນີ ຫຼື ວັດທະນະທຳ ທ້ອງຖິ່ນ ແລະ ຄວາມເຊື່ອໂດຍຜ່ານກິດ ຈະກຳຕ່າງໆແລະ ການແຈກຢ່າຍຂໍ້ມູນຂ່າວສານ.
  • ເປັນບ່ອນກໍ່ສ້າງ  ແລະ  ຫຼໍ່ຫຼອມນັກສຶກສາ ເພື່ອກ້າວເຂົ້າເປັນ ສະມາຊິກຂອງໜ່ວຍຊາວໜຸ່ມ  ປະຊາຊົນປະຕິວັດລາວ ທີ່ປະຈຳຢູ່ ວິທະຍາໄລ ສຸດສະກະ ເພື່ອການບໍລິຫານ ແລະ ເທັກໂນໂລຢີ  ແລະ ປະສ່ວນຢ່າງ ຕັ້ງໜ້າ ໃນການເຂົ້າຮ່ວມ ກິດຈະກຳຕ່າງໆ   ທີ່ຈັດໂດຍໜ່ວຍຊາວໜຸ່ມ ປະຊາຊົນປະຕິວັດລາວປະຈຳກະຊວງສຶກສາທິການ.
  • ສົ່ງເສີມຊີວິດໃນໄວຮຽນຂອງສະມາຊີກນັກສຶກສາ ໃຫ້ມີສີສັນຫຼາກຫຼາຍ ໂດຍການຈັດກິດຈະກຳທັງໃນ ແລະ ນອກຫຼັກສູດ ທາງດ້ານສັງຄົມ, ວັດທະ ນະທຳ ແລະ ກິລາ ເຊິ່ງກິດຈະກຳດັ່ງ ກ່າວຈະຕ້ອງສອດຄ່ອງກັບຜົນປະໂຫຍດຫຼັກຂອງສະມາຊິກສ່ວນໃຫ່ຍ.
  • ສະເໜີແນວຄວາມຄິດ ແລະ ທັດສະນະຕ່າງໆ ທີ່ກ່ຽວຄຂ້ອງກັບແຜນການກິດຈະກຳ ຂອງສະມາຊີກສະມາຄົມ ການຮຽນຂອງນັກສຶກສາ  ການ ສອນຂອງຄູ ແລະ ອຸປະກອນການຮຽນການ ສອນຕໍ່ຝ່າຍບໍລິຫານຂອງສະຖາບັນ.
  • ນັກສຶກສາ ທີ່ໄດ້ຮັບການແຕ່ງຕັ້ງ ຈະເຮັດໜ້າທີ່ເປັນນັກບໍລິຫານງານຂອງ ໜ່ວຍຊາວໜຸ່ມ ປະຊາຊົນປະຕິວັດລາວ ແລະ ເປັນຕົວແທນນັກສຶກສາ ວິທະຍາໄລ ສຸດສະກະ ເພື່ອການບໍລິຫານ ແລະ ເທັກໂນໂລຢີ.

 

 

Home