ກິດຈະກໍາການສ້າງຫຸ່ນຍົນ (Robot) ຂອງນັກສຶກສາ ວິທະຍາໄລ ສຸດສະກະ ເພື່ອການບໍລິຫານ ແລະ ເທັກໂນໂລຢີ ເນັ້ນຝຶກນັກສຶກສາພວກເຮົາໃຫ້ເປັນຄົນທີ່ມີຈັນຍາທໍາ, ມີແນວຄວາມຄິດ ສ້າງສັນ, ສາມາດເຮັດວຽກເປັນກຸ່ມໄດ້ດີ, ມີພາວະຜູ້ນຳ, ມີຄວາມສາມາດໃນການຄົ້ນຄ້ວາສູງ, ມີຄວາມ ຮັບຜິດຊອບສູງ ແລະ ຮູ້ຈັກສາມັກຄີໃນກຸ່ມນັກສຶກສາ ໂດຍຜ່ານກິດຈະກຳນອກຫຼັກສູດຕ່າງໆ. ກິດຈະກຳການສ້າງ ຫຸ່ນຍົນ ກໍເປັນກິດຈະກຳນອກຫຼັກສູດໜຶ່ງທີ່ຝຶກນັກ ສຶກສາໃຫ້ໄດ້ຕາມເປົ້າໝາຍທີ່ໄດ້ກ່າວມາຂ້າງເທິງນີ້. ຮູບພາບທີມຫຸ່ນຍົນຂອງວິທະຍາໄລ ເຂົ້າຮ່ວມການແຂ່ງຂັນ ຫຸ່ນຍົນນານາຊາດ ຄັ້ງທີ່ 9 ປະຈຳປີ 2011 ຮູບພາບງານແຂ່ງຂັນຫຸ່ນຍົນ ປະເທດລຸ່ມແມ່ນ້ຳຂອງ ປະຈຳປີ 2010 ກົດການແຂ່ງຂັນຫຸ່ນຍົນ ປະເທດລຸ່ມແມ່ນ້ຳຂອງ ປະຈຳປີ 2010 ຮູບພາບງານແຂ່ງຂັນ Robot ປະຈຳປີ 2009 ນັກສຶກສາຊະນະເລີດການແຂ່ງຂັ້ນ Robot ທົ່ວປະເທດປະຈຳປີ 2008 ຮູບພາບກິດຈະກໍາໃນປີ 2007 (Robot Club's Activities in 2007) |