ວິທະຍາໄລ ສຸດສະກະ ເພື່ອການບໍລິຫານ ແລະ ເທັກໂນໂລຢີຈັດການສອນຫຼັກສູດການຮຽນຕ່າງ ໆທີ່ເນັ້ນໃສ່ການຍົກລະດັບຄວາມຮູ້ຂອງນັກສຶກສາ
ໂດຍຜ່ານການຮຽນ ແລະເຮັດບົດຝຶກຫັດແບບ ຕ່າງໆເພື່ອຝຶກໃຫ້ນັກສຶກສາມີທັກສະ
ແລະ ຄວາມສາມາດໃນການແກ້ໄຂບັນຫາ.
ວິທະຍາໄລພວກເຮົາ ບໍ່ພຽງແຕ່ຝຶກນັກສຶກສາໃຫ້ມີຄວາມຮູ້ດ້ານວິຊາການເທົ່ານັ້ນ,
ແຕ່ຍັງຝຶກໃຫ້ ນັກສຶກສາມີທັກສະດ້ານການວິເຄາະບັນຫາ ເພື່ອໃຫ້ສາມາດຕັດສິນໃຈໄດ້ຢ່າງຖືກຕ້ອງ ພ້ອມກັບ ເສີມສ້າງໃຫ້ນັກສຶກສາມີແນວຄວາມຄິດຢາກຮຽນຮູ້ເພື່ອການຮຽນຮູ້ທີ່ບໍ່ສິ້ນສຸດ.
|